ຄວາມຍືນຍົງ

ການພິຈາລະນາດ້ານສິ່ງແວດລ້ອມ ແລະສັງຄົມ


ບໍລິສັດວຽງຈັນສາງເຢັນ ມຸ່ງໝັ້ນທີ່ຈະພັດທະນາໂຄງລ່າງ ລະບົບຕ່ອງໂສ້ໃນການສະໜອງ ທີ່ຄວບຄຸມອຸນຫະພູມໃນປະເທດລາວ ແລະຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ ພາຍໃນ ແລະ ຕະຫຼາດໂລກ. ທີມງານຂອງພວກເຮົາ ຍັງຮັບຮູ້ເຖິງຜົນກະທົບທາງດ້ານສິ່ງແວດລ້ອມ ຂອງອຸດສາຫະກໍາການສະໜອງແບບຕ່ອງໂສ້ ທົ່ວໂລກ ແລະພວກເຮົາໄດ້ດໍາເນີນເປັນຂັ້ນຕອນຢ່າງຈິງຈັງ ເພື່ອຫຼຸດຜ່ອນການປ່ອຍ ອາຍກາກບອນ ຕໍ່ສິ່ງແວດລ້ອມ.


Directly Impacting

Contributing

ດ້ານສິ່ງແວດລ້ອມ

ບໍລິສັດ ວຽງຈັນສາງເຢັນ ແມ່ນມີການປັບປຸງ ແລະຮັກສາການຂົນສົ່ງ ໂລຈິສຕິກ ຂອງພວກເຮົາຢ່າງຕໍ່ເນື່ອງ ເພື່ອປະຕິບັດຢ່າງຍືນຍົງຕໍ່ສິ່ງແວດລ້ອມ. ພວກເຮົາມີຄວາມມຸ່ງໝັ້ນ ຕໍ່ກັບຄວາມຮັບຜິດຊອບທີ່ຈະຫຼຸດຜ່ອນ ຕໍ່ຜົນກະທົບດ້ານສິ່ງແວດລ້ອມ ໃນການປະຕິບັດແບບຍືນຍົງ ໃນການສະໜອງອຸດສາຫະກໍາຕ່ອງໂສ້. ທຸກພາກສ່ວນຂອງລະບົບການເກັບຮັກສາ ແລະສະໜອງຄວາມເຢັນຂອງພວກເຮົາ ລວມມີມາດຕະການຄວບຄຸມ ເພື່ອຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ.


ການມີສ່ວນຮ່ວມຂອງຊຸມຊົນ

ບໍລິສັດ ວຽງຈັນສາງເຢັນ ພະຍາຍາມຜະລິດ ແລະ ສົ່ງເສີມ ທີ່ໃຫ້ຄວາມສຳຄັນດ້ານຕ່ອງໂສ້ ແລະ ຜະລິດຕະພັນອາຫານ ໂດຍສະແດງໃຫ້ເຫັນເຖິງຜົນປະໂຫຍດດ້ານສຸຂະ ພາບ, ຊີວິດແບບໝັ້ນຄົງ, ຄວາມປອດໄພ ດ້ານສະບຽງອາຫານ ແລະ ຜົນປະໂຫຍດດ້ານສິ່ງແວດສິ່ງລ້ອມ.


ບໍລິສັດ ວຽງຈັນສາງເຢັນ ມີຄວາມມຸ່ງໝັ້ນທີ່ຈະປະກອບສ່ວນທາງບວກຕໍ່ຊຸມຊົນ ແລະກັບສະຖານທີ່ໃກ້ກັບທີ່ປະຕິບັດງານຂອງພວກເຮົາ, ສ້າງເປັນບຸຄະລາກອນທີ່ຂອງບໍລິສັດ, ປັບປຸງຄວາມປອດໄພຂອງພະນັກງານ, ດ້ານສຸຂະພາບ ແລະສະຫວັດດີການ. ໃນທຸກການກະທຳຂອງພວກເຮົາ, ຍັງຮັບຮູ້ປະສົບການ ແລະຄວາມຮູ້ ທີ່ເປັນເອກະລັກຂອງພວກເຮົາ ທີ່ເຕັມໃຈຈະຖ່າຍທອດທັກສະ ແລະ ສະຫນອງການຝຶກອົບຮົມ, ການຈ້າງງານໃນລັກສະນະທີ່ເຂົ້າໃຈໄດ້.


ຄໍາໝັ້ນສັນຍາ ຂອງພວກເຮົາ ເພື່ອຄວາມຍືນຍົງ


ບໍລິສັດ ວຽງຈັນສາງເຢັນ ເຊື່ອໝັ້ນໃນການປະຕິບັດແບບຍືນຍົງ ເພື່ອຄວາມຢູ່ດີ ແລະ ກິນດີຂອງລູກຫຼານໃນອານາຄົດ. ໃນທຸກສິ່ງທີ່ພວກເຮົາເຮັດ, ພວກເຮົາພະຍາຍາມ ຫຼຸດຜ່ອນຜົນກະທົບດ້ານສິ່ງແວດລ້ອມໃນການປະຕິບັດງານຂອງພວກເຮົາ ຕໍ່ຊຸມຊົນ ທ້ອງຖິ່ນ ແລະໃນໂລກ. ນີ້ແມ່ນບາງເປົ້າໝາຍການພັດທະນາແບບຍືນຍົງ ທາງບໍລິສັດ ວຽງຈັນສາງເຢັນມຸ່ງໝັ້ນ;


ການປັບປຸງ

ຄວາມປອດໄພດ້ານສະບຽງອາຫານ


ບໍລິສັດ ວຽງຈັນສາງເຢັນ ພະຍາຍາມລົບລ້າງຄວາມອຶດຫິວຂອງໂລກ ແລະຮັບປະກັນວ່າຄວາມປອດໄພດ້ານສະບຽງອາຫານ ເປັນສິດທິຂອງປະຊາຊົນໃນທົ່ວໂລກ. ການຕໍ່ສູ້ກັບຄວາມອຶດຫິວ ຮຽກຮ້ອງໃຫ້ມີການລົງທຶນທີ່ສໍາຄັນ ໃນໂຄງລ່າງພື້ນຖານ ດັ່ງການຜະລິດສະບຽງອາຫານ ແລະນະວັດກໍາການເກັບຮັກສາ. 


ບໍລິສັດ ວຽງຈັນສາງເຢັນ ຮັບຮູ້ ແລະເຂົ້າໃຈຕໍ່ຄວາມຮັບຜິດຊອບຂອງພວກເຮົາ ໃນການສະໜອງການເກັບຮັກສາອາຫານ ທີ່ມີຄຸນນະພາບສູງ ເພື່ອຫຼຸດຜ່ອນຄວາມສ່ຽງຂອງອາຫານທີ່ເສື່ອມຄຸນນະພາບ ສໍາລັບຜູ້ບໍລິໂພກ.

air

ສດ້ານສິ່ງແວດລ້ອມ

ຄຸນນະພາບອາກາດ ແລະສຸຂະພາບ


ຜົນ​ການ​ສຶກສາ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ປະມານ 7 ລ້ານ​ຄົນ​ເສຍ​ຊີວິດ​ຕໍ່​ປີ​ ຈາກ​ການ ​ສຳ​ຜັດ​ກັບຝຸ່ນ ຫຼື ມົນ​ລະ​ພິດ​ໃນ​ອາກາດ. ໃນຖານະທີ່ເປັນບໍລິສັດເກັບຮັກສາອາຫານ ແລະບໍລິສັດການຂົນສົ່ງ, 


ບໍລິສັດວຽງຈັນສາງເຢັນ ດໍາເນີນຂັ້ນຕອນຕ່າງໆ ເພື່ອຮັບປະກັນວ່າພາຫະນະຂົນສົ່ງ ແລະ ສິ່ງອໍານວຍຄວາມສະດວກຂອງພວກເຮົາ ໄດ້ຮັບການປັບປຸງໃຫ້ເໝາະສົມ ແລະເປັນມິດກັບສິ່ງແວດລ້ອມ ເທົ່າທີ່ເປັນໄປໄດ້.

lightning

ລາຄາເໝາະສົມ ແລະ
ພະລັງງານສະອາດ


ບໍລິສັດວຽງຈັນສາງເຢັນ, ນຳໃຊ້ເຕັກໂນໂລຊີຂັ້ນສູງໃນການເກັບຮັກສາ ແມ່ນອີງໃສ່ຄວາມຫນາແຫນ້ນ ຂອງການເກັບຮັກສາ. ພວກເຮົານຳໝູນໃຊ້ສິ່ງແວດລ້ອມທີ່ສ້າງຜົນກະທົບໜ້ອຍທີ່ສຸດ ເມື່ອທຽບໃສ່ກັບບໍລິສັດເກັບຮັກສາແບບດັ້ງເດີມ. ສິ່ງອໍານວຍຄວາມສະດວກຂອງພວກເຮົາ ໄດ້ຖືກອອກແບບ ແລະດໍາເນີນການພາຍໃຕ້ແຜນການບໍລິໂພກ ພະລັງງານທີ່ເຫມາະສົມ ເພື່ອຫຼຸດຜ່ອນການໃຊ້ພະລັງງານ.

ມາດຕະຖານລະດັບສູງ &
ການຂະຫຍາຍຕົວທາງເສດຖະກິດ


ການ​ເຕີບ​ໂຕ​ທາງ​ດ້ານເສດ​ຖະ​ກິດ ​ແມ່ນ​ອີງ​ໃສ່​ການ​ເພີ່ມ​ຜະ​ລິດ​ຕະ​ພັນ ແລະ ການ​​ນຳໃຊ້ນະ​ວັດ​ຕະ​ກຳ​ເຕັກ​ໂນ​ໂລ​ຊີ. ສາງເກັບຄວາມເຢັນຂອງພວກເຮົາທັງຫມົດ ແມ່ນໄດ້ຕິດຕັ້ງ ດ້ວຍລະບົບການຄຸ້ມຄອງສາງອັດຕະໂນມັດ ເພື່ອຫຼຸດຜ່ອນ ການນຳໃຊ້ແຮງງານ ທີ່ມີຜົນທາງດ້ານຮ່າງກາຍ. ສິ່ງດັ່ງກ່າວນີ້, ພວກເຮົາມີຜູ້ຊ່ຽວຊານດ້ານການຝຶກອົບຮົມສູງ ເພື່ອການເຕີບໂຕທາງດ້ານເສດຖະກິດ ແບບຍືນຍົງ ໃນຊຸມຊົນຂອງພວກເຮົາ.

ອຸດສາຫະກໍາ, ນະວັດຕະກໍາ ແລະ
ໂຄງສ້າງພື້ນຖານ


ນະວັດຕະກໍາແມ່ນສໍາຄັນໃນທຸກໆອຸດສາຫະກໍາ, ລວມທັງການເກັບຮັກສາອາຫານເຢັນ ແລະການຂົນສົ່ງ. ພວກເຮົາກໍາລັງແກ້ໄຂສິ່ງທ້າທາຍ ທາງດ້ານເສດຖະກິດ, ການດໍາເນີນງານ ແລະສິ່ງແວດລ້ອມ ດ້ວຍວິທີແກ້ໄຂໃຫມ່ໆ. ບໍລິສັດ ວຽງຈັນສາງເຢັນ ແມ່ນສະເໜີຊອກຫາ ການລົງທຶນ ໃນນະວັດຕະກໍາ ເຕັກໂນໂລຢີໃໝ່ໆ ເພື່ອຊ່ວຍໃຫ້ທຸລະກິດຂອງພວກເຮົາ ດໍາເນີນໄປຢ່າງມີປະສິດທິພາບ ແລະ ຍືນຍົງ.

ຫຼຸດຜ່ອນຄວາມບໍ່ສະເໝີພາບ


ຄວາມບໍ່ສະເໝີພາບໃນບ່ອນເຮັດວຽກ ແລະສັງຄົມຂອງພວກເຮົາ ປະກອບກັບການຂາດການຂະຫຍາຍຕົວ ທາງດ້ານເສດຖະກິດ ແລະການພັດທະນາຊຸມຊົນ. ບໍລິສັດ ວຽງຈັນສາງເຢັນ ມີເປົ້າໝາຍສະໜອງໂອກາດທີ່ສະເໝີພາບ, ການສ້າງເຄືອຂ່າຍ,ການມີສ່ວນຮ່ວມ,ການກຸສົນໃຫ້ແກ່ຊຸມຊົນທ້ອງຖິ່ນ. ພວກເຮົາເຊື່ອວ່າການລົງທຶນ ໃນພະນັກງານ ແລະຊຸມຊົນທ້ອງຖິ່ນຂອງພວກເຮົາມີຄວາມ ສໍາຄັນຕໍ່ການຂະ

ຫຍາຍຕົວທຸລະກິດ ແລະເສດຖະກິດຂອງພວກເຮົາ.



ຄວາມຮັບຜິດຊອບ ຕໍ່ການບໍລິໂພກ
& ການຜະລິດ


ບໍລິສັດ ວຽງຈັນສາງເຢັນ ມີຄວາມມຸ່ງຫມັ້ນໃນການ ກໍາຈັດ ແລະຫຼຸດຜ່ອນ ຜະລິດຕະພັນສິ່ງເສດເຫຼືອ ຈາກການດໍາເນີນງານຂອງພວກເຮົາ. ພວກເຮົາມີຈຸດປະສົງເພື່ອ ກໍາຈັດສິ່ງເສດເຫຼືອ ທີ່ບໍ່ສາມາດນຳມາໃຊ້ຄືນໄດ້ທັງຫມົດ ຈາກຂະບວນການປະຕິບັດງານຂອງພວກເຮົາ ແລະ ວັດສະດຸທີ່ບໍ່ສາມາດນໍາມາໃຊ້ຄືນໄດ້ໃຫມ່.

ການປະຕິບັດ
ຕໍ່ສະພາບອາກາດ


ບໍລິສັດ ວຽງຈັນສາງເຢັນ ຮັບຮູ້ດີ, ເຖິງແມ່ນວ່າການເກັບຮັກສາຄວາມເຢັນ ແລະ ການຂົນສົ່ງແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງການດຳເນີນກິດຈະການຂອງພວກເຮົາ, ແຕ່ອຸດສາຫະກຳຂອງພວກເຮົາຕ້ອງດຳເນີນບາດກ້າວບຸກທະລຸ ເພື່ອຫຼຸດຜ່ອນ ຜົນກະທົບດ້ານສິ່ງແວດລ້ອມ ໃນການດຳເນີນງານ. 


ບໍລິສັດ ວຽງຈັນສາງເຢັນ ນໍາໃຊ້ລົດບັນທຸກທີ່ມີຂະໜາດພໍດີ ໃນການໃຊ້ນໍ້າມັນເຊື້ອໄຟ ທີ່ປະຕິບັດຕາມມາດຕະຖານການປ່ອຍອາຍພິດ. ທີມງານຈະປະຕິບັດໃນການຮັບປະກັນວ່າ ພວກເຮົາປະຕິບັດເສັ້ນທາງ ທີ່ມີປະສິດທິພາບທີ່ສຸດ ເພື່ອຫຼຸດຜ່ອນການນຳໃຊ້ນໍ້າມັນ ໃນການສ້າງມົນລະພິດທາງອາກາດ.

gender-equality

ຄວາມສະເໝີພາບ


ບໍລິສັດ ວຽງຈັນສາງເຢັນ ເຊື່ອວ່າຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ແມ່ນສິດທິມະນຸດຂັ້ນພື້ນຖານ ທີ່ຈຳເປັນໃນການປັບປຸງຊີວິດການເປັນຢູ່ທັງໝົດ ຂອງແມ່ຍິງ, ເດັກນ້ອຍ ແລະ ຜູ້ທີ່ມີຄວາມແຕກຕ່າງທາງເພດ. ພວກເຮົາສ້າງສະພາບແວດລ້ອມ ທີ່ປາສະຈາກການກົດຂີ່ຂົ່ມເຫັງ, ການຈໍາແນກ ແລະ ຂໍ້ຈໍາກັດຕ່າງໆ. ຄວາມເປັນຜູ້ນຳຂອງພວກເຮົາ ມີນະໂຍບາຍຊັດເຈນ ໃນການເຮັດວຽກສູ່ການພັດທະນາແບບຍືນຍົງ ແລະ ມອບໂອກາດໃຫ້ທຸກໆຄົນເທົ່າທຽມກັນ.

ນ້ຳສະອາດ ແລະ ດ້ານສຸຂາພິບານ


ການຮັບປະກັນຄວາມພ້ອມ ການຄຸ້ມຄອງນໍ້າສະອາດ ແລະ ສຸຂາພິບານ ແບບຍືນຍົງ ແມ່ນເປັນສ່ວນໜຶ່ງທີ່ສຳຄັນໃນການດໍາເນີນງານຂອງ ບໍລິສັດ ວຽງຈັນສາງເຢັນ. ພວກເຮົາເຂົ້າໃຈວ່າ ການພັດທະນາສັງຄົມໃນອານາຄົດ ທັງໝົດມີຄວາມກ່ຽວພັນກັບນ້ຳສະອາດເຊັ່ນ: ການສ້າງກ້າວໜ້າທາງດ້ານເສດຖະກິດ, ການຄໍ້າປະກັນສະບຽງອາຫານ, ດ້ານສຸຂະພາບ, ດ້ານກະສິກໍາ, ການຫຼຸດຜ່ອນຄວາມທຸກຍາກ, ການສ້າງພະລັງງານ ແລະ ລະບົບນິເວດວິທະຍາ.

ບອກເຮົາ ວ່າທ່ານຕ້ອງການ ຫຍັງແດ່

ມາເບີ່ງວ່າ ທີມງານຂອງເຮົາ ສາມາດຊ່ວຍທ່ານໄດ້ ແນວໃດ

ຕິດຕໍ່ພວກເຮົາ