ຜະລິດຕະພັນ ນ້ຳແຂງ

ຜະລິດດ້ວຍນ້ໍາບໍລິສຸດ ສໍາລັບຄຸນນະພາບທີ່ດີເລີດ


ປະສົບການໃນອຸດສາຫະກຳສາງເຢັນຫຼ່າຍກ່ວາ 30ປີ. ປັດຈຸບັນ ບໍລິສັດວຽງຈັນສາງເຢັນໄດ້ຈັດຫາຜະລິດຕະພັນ ອາຫານທະເລ, ສິນຄ້າສົດຈາກຕະຫຼາດສູ່ຜູ້ບໍລິໂພກ ແລະ ​ ຜະລິດຕະພັນນ້ຳກ້ອນທັງຫມົດ ພວກເຮົາຜະລິດມາຈາກນຳ້ບໍລິສຸດ ຜ່ານຂະບວນການກັນກ່ອງພິເສດເພື່ອໃຫ້ໄດ້ລົດຊາດ ແລະຄຸນນະພາບທີ່ດີເລີດ.

ນຳ້ແຂງກ້ອນ

ເຫມາະສົມຕະຫລາດຜູ້ບໍລິໂພກ. ນຳ້ແຂງກ້ອນ ຖືກຜະລິດແລະຈຳໜ່າຍໃນຈຳນວນໜ້ອຍ ທີ່ເຫມາະສຳຫລັບການແຊ່ອາຫານ ແລະ ເຄືຶອງດື່ມ ເວລາສ້າງກິດຈະກຳ ກິນເຂົ້າປ່າ, ງານລ້ຽງສ້າງສັນຄອບຄົວ ແລະອື່ນໆ.


ນ້ຳແຂງເກັດ

ເປັນສິນຄ້າໃໝ່ສຳຫລັບຕະຫລາດນະຄອນຫຼວງວຽງຈັນ ເໝາະສົມສຳລັບເຄື່ອງທະເລສົດ ຜັກສົດຕາມທ້ອງຕະຫລາດ. ນ້ຳແຂງເກັດ ຖືກນຳໃຊ້ຮ່ວມກັບເຄື່ອງທະເລສົດ ແລະ ຮ້ານບູບເຟໃນການນຳສະເໜີສິນຄ້າຫນ້າຮ້ານ.


ນຳຜະລິດຕະພັນນ້ຳແຂງເກັດ
ສູ່ນະຄອນຫລວງວຽງຈັນ


ປະສົບການໃນອຸດສາຫະກຳສາງເຢັນກ່ວາ 30ປີ. ປັດຈຸບັນ ບໍລິສັດວຽງຈັນສາງເຢັນຈຳກັດຜູ້ດຽວ ໄດ້ຈັດຫາຜະລິດຕະພັນນ້ຳແຂງກ້ອນ ສູ່ຜູ້ບໍລິໂພກ ແລະ ຕະຫລາດອາຫານທະເລ ແລະ ອາຫານສົດ. ຜະລິດຕະພັນນ້ຳແຂງກ້ອນທັງຫມົດຂອງພວກເຮົາຜະລິດມາຈາກນຳ້ບໍລິສຸດ ຜ່ານຂະບວນການກັ່ນຕອງພິເສດ ເພື່ອໃຫ້ໄດ້ລົດຊາດ ແລະ ຄຸນນະພາບທີ່ດີທີສຸດ.

ຂໍ້ດີຈາກນ້ຳແຂງເກັດ

ໃຫ້ຄວາມເຢັນໄດ້ໄວກວ່າ


ນ້ຳແຂງເກັດ ໄດ້ຖືກພິສູດແລ້ວວ່າມີປະສິດທິພາບຫລາຍກວ່ານ້ຳແຂງທົ່ວໄປ ໃນການສ້າງຄວາມເຢັນ.

ແພກງາຍ & ກະຈາຍໄດ້ໄວ້


ນ້ຳແຂງເກັດເພີ່ມຄວາມເຢັນໄດ້ດີ, ຄວາມໝາຍຄືເຮັດໃຫ້ສິນຄ້າແຫ້ງສົມບູນ, ຈະບໍ່ຈັບຕົວກັນ ແລະບໍ່ສົ່ງຜົນຕໍລະບົບຂົນສົ່ງຜະລິດຕະພັນ.

ການເກັບຮັກສາທີ່່ດີກວ່າ


ນ້ຳແຂງເກັດ ມີຮູບຮ່າງເຫມາະສົມກັບຂະຫນາດສະເພາະທີ່ດີ ໃຊ້ຮ່ວມກັບຜະລິດຕະພັນໄດ້ຫຼາກຫຼາຍຮູບແບບ.

ນ້ຳເສຍບໍ່ມີ


ນ້ຳທີ່ລະລາຍຈາກນ້ຳແຂງເກັດ ສາມາດນຳໄປ     ເຂົ້າຂະບວນການ ຜະລິດຄືນໄດ້.

ການເກັບຮັກສາສິນຄ້າ


ນ້ຳແຂງເກັດສາມາດແພກໄດ້ຂະໜາດທີ່ເໝາະສົມ ແລະຊ່ວຍກັນບັນຫາ ສິນຄ້າເສຍຫາຍໄດ້ດີ. 

ນຳສະເໜີອາຫານ


ນ້ຳແຂງເກັດ ໄດ້ຖືກອອກແບບມາ ເພືອເນັ້ນການຈັດສະແດງອາຫານ ຈາກພາບສູ່ຈິດໃຈ ແລະສາມາດເຄືອນຍ້າຍ ອາຫານ ຫລື ເຄືອງດື່ມໂດຍການຮັກສາໃຫ້ຄວາມຊົດ ຍັງຄົງໄວ້ໄດ້ດົນນານ.

ທາງກາຍຍະພາບ ບຳບັດ


ນ້ຳແຂງເກັດມີຮູບລັກສະນະເໝາະສົມ ໃນການປະຄົບຄວາມເຢັນທີ່ດີກວ່າ ໃນທຸກສະຖານະໃຫ້ແກ່ຄົນເຈັບ ແລະ ບັນເທົາອາການໄດ້ໄວ ແລະມີຄວາມເຢັນໄດ້ດີ.

ຮ້ານບາເຫຼົ້າ ແລະ ຮ້ານອາຫານ


ບາເຫຼົ້ານຳໃຊ້ນ້ຳແຂງບົດເປັນປະຈຳ ໂດຍນຳໃຊ້ເຄື່ອງປັ່ນ. ຜະລິດຕະພັນນ້ຳແຂງເກັດ ມາໃນຮູບແບບພ້ອມໃຊ້, ຊ່ວຍທາງຮ້ານປະຍັດເວລາ ແລະຕົ້ນທືນໄດ້ກວ່າ.

ນ້ຳແຂງເກັດ ເໝາະສຳຫລັບທ່ານບໍ່?

ນ້ຳແຂງເກັດ ສາມາດນຳໄປໃຊ້ຫຼາກຫຼາຍອຸດສາຫະກຳ ທີ່ຈຳເປັນ ໂດຍສະເພາະໃນການແຊ່ອາຫານ ແລະຂະບວນການຈຳເປັນທີ່ນຳໃຊ້ຄວາມເຢັນ ແລະນີ້ຄືແນວທາງທີ່ນິຍົມທີສຸດ ທີ່ນຳ້ແຂງເກັດຖືກນຳມາໃຊ້.

ບອກເຮົາ ວ່າທ່ານຕ້ອງການ ຫຍັງແດ່

ມາເບີ່ງວ່າ ທີມງານຂອງເຮົາ ສາມາດຊ່ວຍທ່ານໄດ້ ແນວໃດ

ກ່ຽວກັບເຮົາ