ຄຸນນະພາບ
ທີ່ທ່ານສາມາດໄວ້ວາງໃຈໄດ້

ກ່ຽວກັບເຮົາ

ພວກເຮົາເປັນຜູ້ໃຫ້ບໍລິການດ້ານໂລຈິສຕິກ ແລະ ຄັງສິນຄ້າທີ່ຄວບຄຸມອຸນຫະພູມ ຊັ້ນນຳໃນປະເທດລາວ.


ບໍລິສັດ ວຽງຈັນສາງເຢັນ ມີຈຸດປະສົງ ທີ່ຈະເປັນຜູ້ນຳດ້ານໂລຈິສຕິກ ຫ້ອງເຍັນທິ່ຄວບຄຸມອຸນຫະພູມ ແລະ ການກະຈາຍສິນຄ້າອາຫານນຳເຂົ້າ/ສົ່ງອອກ. ພວກເຮົາສົ່ງມອບ ບໍລິການຄຸນນະພາບລະດັບສາກົນ ໃຫ້ຕະຫຼາດລາວ ແລະ ພາກພື້ນອາຊີ.


ກ່ຽວກັບພວກເຮົາ

ການສ້າງໂຊລູຊັ່ນພິເສດສະເພາະ ສຳລັບການສະໜອງແບບຕ່ອງໂສ້ຂອງທ່ານ


ບໍ່ວ່າທ່ານຈະເປັນຜູ້ເພາະປູກ ຜູ້ແປຮູບ ຜູ້ຜະລິດ ຫຼື ຜູ້ຂາຍຍ່ອຍ, ບໍລິສັດ ວຽງຈັນສາງເຢັນ ຈະເບິ່ງແຍງຜະລິດຕະພັນຂອງທ່ານ ແລະສ້າງວິທີແກ້ໄຂທີ່ເໝາະສົມ ສຳລັບການສະໜອງແບບຕ່ອງໂສ້ ຂອງທ່ານ. ການບໍລິການຂອງພວກເຮົາ ໄດ້ແກ່ ການບໍລິການຄັງສິນຄ້າສຳລັບເກັບມ້ຽນສິນຄ້າທົ່ວໄປ, ການຂົນຂື້ນໃສ່ຕູ້ຄອນເທນເນີ/ ການຂົນລົງຈາກຕູ້ຄອນເທນເນີ, ບ່ອນຂົນຖ່າຍສິນຄ້າ, ການກະຈາຍສິນຄ້າໄປຫາພາກສ່ວນທີ່ສາມ, ແລະອື່ນໆ.

ການບໍລິການຂອງພວກເຮົາ

ດ້ານສັງຄົມ & ສິ່ງແວດລ້ອມ


ບໍລິສັດວຽງຈັນສາງເຢັນມີຄວາມມຸ້ງໝັ້ນ ໃນການພັດທະນາໂຄງລ່າງ ລະບົບການສະໜອງແບບຕ່ອງໂສ້ ສາງເຢັນທີ່ຄວບຄຸມອຸນຫະພູມໃນປະເທດລາວ ແລະ ກະຕຸ້ນການເຕີບໂຕດ້ານເສດຖະກິດພາຍໃນ ແລະ ຕະຫຼາດໂລກ. ພວກເຮົາໃຫ້ຄວາມສຳຄັນ ເລື່ອງຜົນກະທົບດ້ານສິ່ງແວດລ້ອມ ອຸດສາຫະກຳການສະໜອງຮູບແບບຕ່ອງໂສ້ທົ່ວໂລກ ເຊິ່ງພວກເຮົາ ພະຍາຍາມ ຢ່າງຫ້າວຫັນ ໃນການຫຼຸດຜ່ອນການປ່ອຍຄາບອນ ອອກສູ່ສິ່ງແວດລ້ອມ.

ຮຽນຮູ້ເພີ່ມເຕີ່ມ