ກ່ຽວກັບພວກເຮົາ

ການຈັດສົ່ງ

ການບໍລິການ ທີ່ຜະລິດຕະພັນຂອງທ່ານ ຄວນໄດ້ຮັບ.

ບໍລິສັດ ວຽງຈັນສາງເຢັນ ໃຫ້ບໍລິການດ້ານໂລຈິສຕິກຂົນສົ່ງ ແລະ ຄັງສິນຄ້າສຳລັບເກັບມ້ຽນ ແບບຄວບຄູມອຸນຫະພູມ. ບໍລິສັດ ວຽງຈັນສາງເຢັນ ສາມາດໃຫ້ບໍລິການລູກຄ້າ ທີ່ມີຄວາມຕ້ອງການຫ້ອງເກັບມ້ຽນສິນຄ້າຂະໜາດໃຫຍ່ ເພື່ອສະໜອງໂຊລູຊັ່ນ ການຂົນສົ່ງໄປຫາພາກສ່ວນທີ່ສາມ ແບບຄົບວົງຈອນ ສຳລັບຜະລິດຕະພັນອາຫານແຊ່ເຍັນ.

ພວກເຮົາ ໃສໃຈອາຫານຂອງທ່ານ ເປັນລຳດັບທຳອິດ

ອຸດສາຫະກຳການສະໜອງ ແບບຕ່ອງໂສ້ ແລະ ໂລຈິສຕິກອາຫານ ໄດ້ມີການພັດທະນາຢ່າງຫຼວງຫຼາຍໃນຊ່ວງ 20 ປີທີ່ຜ່ານມາ. ຄວາມມຸ້ງໝັ້ນຂອງພວກເຮົາ ຕໍ່ນະວັດຕະກຳ ແລະ ການປັບປຸງຢ່າງຕໍ່ເນື່ອງ ຊ່ວຍໃຫ້ທີມງານ ແລະ ໂຮງງານຂອງພວກເຮົາ ສາມາດແຂ່ງຂັນໄດ້ ແລະ ສາມາດສົ່ງມອບ ຜະລິດຕະພັນ ທີ່ໄດ້ມາດຕະຖານສູງສຸດ ດ້ານຄວາມປອດໄພ ຄຸນນະພາບ ແລະ ຄວາມສົດໃໝ່ ໃຫ້ກັບລູກຄ້າໄດ້.

ຄຳໝັ້ນສັນຍາຂອງພວກເຮົາຕໍ່ອາຫານຂອງທ່ານ ແມ່ນໄດ້ຮັບການສະໜັບສະໜູນຈາກ


ການລົງທືນໃສ່ຂະບວນການການສະໜອງ ແບບຕ່ອງໂສ້ ບໍລິການຫ້ອງເຍັນ ທີ່ຄວບຄຸມຄຸນນະພາບ ເພື່ອປົກປ້ອງຄວາມສົມບູນຂອງຜະລິດຕະພັນຂອງລູກຄ້າ ແລະ ຍີ່ຫໍ້ຂອງພວກເຂົາ


ທີມງານຂອງພວກເຮົາ ທຸ່ມເທ ເພື່ອພັດທະນາໂຊລູຊັ່ນສະເພາະ ເພື່ອຕອບສະໜອງ ຄວາມຕ້ອງການຂອງລູກຄ້າແຕ່ລະຄົນ


ເຕັກໂນໂລຍີທັນສະໄຫມ ເພື່ອກວດກາຄຸນນະພາບຜະລິດຕະພັນ ແລະ ປັບປຸງການຂົນສົ່ງ


ການລົງທືນໃນການຍົກລະດັບ ແລະ ຮັກສາໃບຢັ້ງຢືນຂອງພວກເຮົາ ເພື່ອໃຫ້ໄດ້ມາດຕະຖານສູງສຸດຂອງອຸດສາຫະກຳ


ພາລະກິດຂອງເຮົາ


ບໍລິສັດ ວຽງຈັນສາງເຢັນ ມີຈຸດປະສົງທີ່ຈະເປັນຜູ້ນຳ ດ້ານໂລຈິສຕິກ ສາງເຢັນຄົບວົງຈອນ ການ ນຳເຂົ້າ, ສົ່ງອອກທີ່ຄວບຄຸມອຸນຫະພູມ. ພວກເຮົາບໍລິການ ຂົນສົ່ງດ້ວຍຄຸນນະພາບລະດັບສາກົນ ໃນຕະຫຼາດລາວ ແລະ ພາກພື້ນ.


ປືກສາທີມງານໃນຄວາມຕ້ອງການຂອງທ່ານ

ຫາທາງອອກ ທີ່ລົງຕົວໃຫ້ທ່ານໄດ້.

ກ່ຽວກັບພວກເຮົາ